• ແຈ້ງການປິດເສັ່ນທາງໃນໄລຍະວັນທີ 13-14 ພະຈິກນີ້

ໂດຍ: Admin Mahason 13 ພະຈິກ 2017 (10.58 ນ.) Read : 5,237

ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະທີ່ ສະຫາຍ ສີຈິ້ນຜີງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງວັນທີ 13-14 ພະຈິກ ທີ່ຈະມາເຖິງນີ້. ແມ່ນໃຫ້ງົດໃຊ້ເສັ້ນທາງຊົ່ວຄາວເປັນບາງເວລາດັ່ງນີ້:  

- ຖະໜົນສຸພານຸວົງ (ແຕ່ສາມແຍກສີໃຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1) – ຖະໜົນເສດຖາທິລາດ (ແຕ່ສີ່ແຍກ ໄຟອຳນາດສີຫອມຫຼັກ 1 – ສີ່ແຍກໄຟອຳນາດທາດຂາວ)

- ຖະໜົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ- ສາມແຍກ ດອນຈັນພາແລດ) 

-ຖະໜົນເຈົ້າຟ້າງຸ່ມ (ສາມແຍກທາດຂາວ-ສາມແຍກ ສຳນັກງານໃຫຍ່ທະນາຄານພັດທະນາລາວ) 

-ຖະໜົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ) -ຖະໜົນໄກສອນພົມວິຫານ (ແຕ່ປະຕູໄຊ-ສີ່ແຍກໄຟອຳນາດດົງໂດກ 

     ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ ຕາມເສັ້ນທາງທີ່ໄດ້ລະບຸໄວ້ຂ້າງເທິງ ໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງ  

     ສະນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ໃຊ້ລົດໃຊ້ຖະໜົນ ໃຫ້ຄວາມຮ່ວມມືນຳ ໃນການປະຕິບັດຕາມແຈ້ງການສະບັບນີ້.

ທີ່ມາ:
  • ຮູບພາບ

  • ແທັກທີ່ກ່ຽວຂ້ອງ