ໃນໄລຍະ 2 ປີຜ່ານມາ ສະພາບບຸກລຸກປ່າໄມ້ ຢູ່ແຂວງຈຳປາສັກ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນການບຸກລຸກດິນປ່າໄມ້ ເພື່ອການປູກມັນຕົ້ນ, ໜັກໜ່ວງກວ່າໝູ່ໝົດແມ່ນໃນເຂດປ່າສະຫງວນດົງຫົວສາວ,ເຂດປ່າຜະລິດເມືອງປະທຸມພອນ,ເຂດປ່າຜະລິດສິລິວັງເວີນເຂດເມືອງບາຈຽງ ແລະ ເມືອງຊະນະສົມບູນ,ເຂດປ່າຜະລິດໜອງຕາໂຫງກ ແລະ ເຂດປ່າປ້ອງກັນຊາຍແດນເມືອງຈຳປາສັກ ແລະ ເມືອງສຸຂຸມາອີກຈຳນວນໜຶ່ງ.
ທ່ານ ກັນຫາ ແກ້ວບົວລະພາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກລາຍງານຕໍ່ກອງປະຊຸມປຶກສາຫາລື ແລະ ວາງມາດຕະການແກ້ໄຂໃນວັນທີ 12 ມິຖຸນາ 2019 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານໃຫ້ຮູ້ວ່າ: ຕາມການລົງຕິດຕາມເກັບຂໍ້ມູນຂອງພະນັກງານວິຊາການພົບວ່າ: ດິນປ່າໄມ້ຖືກບຸກລຸກລວມທັງໝົດມີ 6 ເມືອງ 48 ບ້ານ 1.829 ຄອບຄົວ,ເທົ່າກັບ 2.964,71 ເຮັກຕາ. ໃນນັ້ນຢູ່ເຂດປ່າສະຫງວນດົງຫົວສາວມີ 13 ບ້ານ 726 ຄອບຄົວ,ເທົ່າກັບ 1.706,10 ເຮັກຕາ.ເຂດປ່າສະຫງວນເຊປຽນມີ 8 ບ້ານ 166 ຄອບຄົວ,ເທົ່າກັບ 189,12ເຮັກຕາ.ເຂດປ່າຜະລິດປະທຸມພອນມີ 9 ບ້ານ 547 ຄອບຄົວ,ເທົ່າກັບ 509,27ເຮັກຕາ.ເຂດປ່າຜະລິດສິລິວັງເວີນເມືອງບາຈຽງມີ 4ບ້ານ 54 ຄອບຄົວ,ເທົ່າກັບ58,02 ເຮັກຕາ.ເຂດປ່າປ້ອງກັນຊາຍແດນເມືອງຈຳປາສັກ ແລະ ເມືອງສຸຂຸມາມີ 11ບ້ານ 325 ຄອບຄົວ,ເທົ່າກັບ 465,70 ເຮັກຕາ.ເຂດປ່າປ້ອງກັນແຫຼ່ງນ້ຳເຊປຽນເມືອງປາກຊ່ອງມີ 3 ບ້ານ 11 ຄອບຄົວ,ເທົ່າກັບ 36,5ເຮັກຕາ.
ການບຸກລຸກດັ່ງກ່າວສ່ວນໜຶ່ງແມ່ນມີການບຸກລຸກໃນເຂດຄຸ້ມຄອງນຳໃຊ້ ແລະ
ໃນເຂດທີ່ກຳນົດໃນແຜນຈັດສັນ(ເຂດຄຸ້ມຄອງ ແລະ
ເຂດຄວາມຮັບຜິດຊອບຂອງບ້ານຕາມການມອບດິນມອບປ່າ) ແລະ ການບຸກລຸກ
ນອກເຂດທີ່ກຳນົດໃນແຜນຈັດສັນຂອງຄົນນອກພື້ນທີ່.
ຕໍ່ກັບສະພາບການດັ່ງກ່າວ, ອຳນາດການປົກຄອງແຂວງຮ່ວມກັບພະແນກການຂອງແຂວງ ແລະ
ບັນດາເມືອງທີ່ກ່ຽວຂ້ອງໄດ້ເປີດກອງປະຊຸມປຶກສາຫາລື ແລະ ວາງມາດຕະການແກ້ໄຂ
ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສົມສະໜິດ ບຸດຕິວົງ
ຮອງເຈົ້າແຂວງໆຈຳປາສັກ ປະທານຄະນະຮັບຜິດຊອບແກ້ໄຂບັນຫາດັ່ງກ່າວ, ທ່ານ ປະດິດ
ວັນນະລັດສະໝີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເປັນຮອງປະທານ
ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງເຂົ້າຮ່ວມ.