-
ປະຊາຊົນເດືອດຮ້ອນ ວອນພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂ
ໂດຍ: Admin Mahason
09 ພະຈິກ 2017 (13.06 ນ.)
Read : 3,851
ປະຊາຊົນເຂດບ້ານຫ້ອມ ຈົ່ມຢ່າງໜັກຈົນບໍ່ຢາກໄປໃກ້ ຍ້ອນບັນຫາເລື້ອງເສັ້ນທາງ, ເຊິ່ງພາຍຫຼັງໂຄງການສ້າງເສັ້ນທາງດັ່ງກ່າວໄດ້ຢຸດການກໍ່ສ້າງລົງ ຈາກບ້ານໂພເງິນ - ບ້ານທ່າແຂກ
ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ບວກກັບສະພາບຝົນຕົກໃນໄລຍະທີ່ຜ່ານມາ ເຮັດໃຫ້ສະພາບເສັ້ນທາງໃນປັດຈຸ ບັນເປເພ ເປັນຂຸມ, ເປັນບໍ ສ້າງຄວາມລຳບາກໃນເວລາໄປ-ມາບໍ່ສະດວກ ຈຶ່ງຮຽກຮ້ອງເຖິງພາກສ່ວນທີ່ກ່ຽວຂ້ອງຊ່ວຍລົງກວດກາ ແລະ ແກ້ໄຂໃຫ້ດ້ວຍ.
ທີ່ມາ: ນສພ ເສດຖະກິດ-ການຄ້າ