• ກະຊວງພະລັງງານ ບອກວ່າ: ປີ 2020 ລາວຈະມີແຫຼ່ງຜະລິດໄຟຟ້າ 100 ແຫ່ງ

ໂດຍ: Admin Mahason 09 ພະຈິກ 2017 (12.25 ນ.) Read : 4,656

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ມາຮອດປັດຈຸບັນ ສປປ ລາວ ມີເຂື່ອນຜະລິດພະລັງງານໄຟຟ້າທັງໝົດ 47 ແຫ່ງ ດ້ວຍກຳລັງຕິດຕັ້ງທັງໝົດ 6,465 ເມກາວັດ (MW) ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35,120 ກິກະວັດໂມງຕໍ່ປີ.ໃນນັ້ນ, ເຂື່ອນໄຟຟ້າພະລັງງານນ້ຳຫຼາຍກວ່າ 40 ແຫ່ງ, ແຫຼ່ງຜະລິດ-ໄຟຟ້າພະລັງງານລົມ, ພະລັງງານຖ່ານຫີນ, ແລະ ພະລັງງານແສງຕາເວັນ.

ນອກນີ້ ປັດຈຸບັນຍັງມີອີກ 53 ແຫຼ່ງຜະລິດພະລັງງານໄຟຟ້າມີກຳລັງຕິດຕັ້ງ ທັງໝົດ 6,597 ເມກາວັດ(MW) ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 31,824 ກິກະວັດໂມງຕໍ່ປີ ທີ່ພວມລົງມືກໍ່ສ້າງ ແລະ ກຳລັງຈະລົງມືກໍ່ສ້າງ ຄາດຄະເນວ່າຈະສໍາເລັດ ທັງໝົດຮອດປີ 2020 ແລະ ໃນເວລານັ້ນ ລາວເຮົາຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ, ມີກຳລັງຕິດຕັ້ງປະມານ 13,062 ເມກາວັດ(MW) ແລະ ມີກຳລັງຜະລິດປະມານ 66,944 ກິກະວັດໂມງຕໍ່ປີ.

ທ່ານກ່າວຕື່ມວ່າ: ໃນຈຳນວນພະລັງງານທີ່ຜະລິດໄດ້ທັງໝົດປະມານ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ. ປັດຈຸບັນ ມີຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ 87% ແລະ ຄອບຄົວທີ່ມີໄຟຟ້າຊົມໃຊ້ຖາວອນແລ້ວ ກວມເຖິງ 94.18% ຂອງຈຳນວນຄອບຄົວໃນທົ່ວປະເທດ, ສ່ວນການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດ ເຊັ່ນ: ປະເທດໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ໄດ້ເພີ່ມຂຶ້ນເຖິງ 4 ເທົ່າ ເມື່ອທຽບກັບປີ 2010 ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ

ທີ່ມາ:
  • ແທັກທີ່ກ່ຽວຂ້ອງ