ບຸນມະໂຫລານຮູບເງົາຫລວງພະບາງ ຄັ້ງທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8/12/2017
ໃນຕອນຄໍ່າວັນທີ 8 ທັນວານີ້, ທີ່ຕະຫລາດກາງຄືນແຂວງຫລວງພະບາງ ໄດ້ມີພິທີເປີດບຸນມະໂລານຮູບເງົາຫລວງພະບາງ ຄັ້ງທີ 8 ໂດຍເປັນກຽດເຂົ້າທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ, ທ່ານ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ປະທານກວດກາພັກ-ລັດແຂວງ ຫລວງພະບາງ ພ້ອມດ້ວຍຕົວແທນຈາກພາກລັດ, ທູຕານຸທູດ ແລະ ມວນຊົນຊາວແຂວງຫລວງພະບາງເຂົ້າຮ່ວມ.
ໂອກາດນີ້ທ່ານ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ປະທານກວດກາພັກ-ລັດແຂວງ ຫລວງພະບາງ ໄດ້ກ່າວວ່າ: ການເປັນເຈົ້າພາບຈັດບຸນມະໂຫລານຮູບເງົາຫລວງພະບາງ ຄັ້ງທີ 8 ນີ້, ນອກຈາກສາຍຮູບເງົາຂອງປະເທດສະມາຊິກອາຊຽນແລ້ວ ຍັງມີຫລາກຫລາຍກິດຈະ ກຳໜ້າທີ່ສົນໃຈ ເພື່ອເປີດໂອກາດໃຫ້ຜູ້ສ້າງຮູບເງົາລາວກໍ່ຄືຈາກປະເທດສະມາຊິກອາຊຽນໄດ້ມີການແລກປ່ຽນບົດຮຽນຮ່ວມກັນ ແນ່ໃສ່ເພື່ອປັບປຸງ ແລະ ສົ່ງເສີມດ້ານເຕັກນິກໃໝ່ໆໃນການສ້າງຮູບເງົາໃຫ້ມີຄຸນນະພາບ ແລະໄດ້ຮັບການພັດທະນາໃຫ້ດີຂຶ້ນ.
ສຳລັບຮູບເງົາທີ່ນຳມາສາຍໃຫ້ມວນຊົນຊາວແຂວງ ຫລວງພະບາງໄດ້ຮັບຊົມ ໃນຄັ້ງນີ້ ແມ່ນຮູບເງົາດີເດັ່ນຈາກປະເທດສະມາຊິກອາຊຽນທີ່ຜ່ານການຄັດເລືອກແລ້ວຫລາຍກ່ວາ 30 ເລື່ອງ ຂອງລາວມີ 3 ເລື່ອງ ໂດຍມີເນື້ອໃນຕິດພັນກັບວິຖີການດຳລົງຊີວິດ, ວັດທະນາທຳຮີດຄອງປະເພນີ, ການທ່ອງທ່ຽວ ແລະ ອື່ນໆ ບຸນມະໂຫລານຮູບເງົາຫລວງພະບາງ ຄັ້ງທີ 8 ຈະເປີດໂອກາດໃຫ້ມວນຊົນໄດ້ເບິ່ງໄດ້ຊົມຈົນເຖິງວັນທີ 13 ທັນວານີ້, ທີ່ເດີນຕະ ຫລາດກາງຄືນ ໂດຍບໍ່ໄດ້ເສຍຄ່າເຂົ້າຊົມ.