• ພອກໜ້າແບບງ່າຍໆ ຜູ້ຊາຍກໍເຮັດໄດ້

ໂດຍ: Admin Mahason 02 ກັນຍາ 2019 (16.24 ນ.) Read : 4,223

     ຖ້າຈະເວົ້າເຖິງເລື່ອງພອກໜ້າ ຜູ້ຊາຍສ່ວນຫຼາຍບໍ່ຄ່ອຍສົນໃຈ ເພາະຄິດວ່າມັນເປັນເລື່ອງທີ່ຫຍຸ້ງຍາກ, ມີຫຼາຍຂັ້ນຕອນ, ກະກຽມເຄື່ອງຫຼາຍຢ່າງ ຫຼືອາດຈະເປັນວິທີການເຂົ້າຄອສ໌ລາຄາແພງກໍເສຍດາຍເງິນ. ສະບັບນີ້ ພວກເຮົາມີສູດການພອກໜ້າແບບງ່າຍໆ ທີ່ເຮົາສາມາດຫາວັດຖຸດິບທີ່ມີຢູ່ໃນຕູ້ເຢັນ ແລະໃນຄົວເຮືອນກໍສາມາດເຮັດໄດ້ແລ້ວ.
1. ໝາກແຕງ: ໃຊ້ປະສົມກັບນໍ້າເຜິ້ງ ແລະໝາກນາວເລັກໜ້ອຍ ປັ່ນເຂົ້າກັນໃຫ້ລະອຽດ ພອກໜ້າປະໄວ້ປະມານ 15-20 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ. ໝາກແຕງຈະຊ່ວຍຫຼຸດຄວາມມັນເທິງໃບໜ້າ, ເຮັດໃຫ້ຜິວຂາວໃສ ແລະຊ່ວຍເຮັດໃຫ້ຮູ້ຂຸມຂົນກະຊັບ.
2. ນໍ້າໝາກນາວ: ໃຊ້ປະສົມກັບໂຢເກິດ ແລະນໍ້າຜິ້ງເລັກໜ້ອຍ ພອກໜ້າປະໄວ້ ປະມານ 10-15 ນາທີ ແລ້ວລ້າງອອກຕາມປົກກະຕິ. ຜິວໜ້າຂອງເຮົາຈະຂາວໃສຂຶ້ນເປັນທໍາມະຊາດ, ຫຼຸດຮ່ອງຮອຍ, ຮັກສາສິວຝ້າ, ຈຸດດ່າງດໍາ ແລະເພີ່ມຄວາມນຸ້ມຊຸ່ມຊື່ນໃຫ້ຜິວ.
3. ໄຂແດງ: ໃຊ້ປະສົມກັນນໍ້າເຜິ້ງເລັກໜ້ອຍ ພອກໜ້າໄວ້ປະມານ 20-30 ນາທີ ແລ້ວລ້າງອອກຕາມປົກກະຕິ. ສູດນີ້ຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວໜ້າ ເພາະເຣຕິນອນໃນໄຂ່ແດງ ຈະຊ່ວຍຕ້ານແບັກທີເລຍ, ຊ່ວຍຄວບຄຸມຄວາມມັນເທິງໃບໜ້າ ແລະເຮັດໃຫ້ຮູຂຸມຂົນນ້ອຍລົງ.
4. ໝາກເລັ່ນ: ນໍາເອົາໝາກເລັ່ນມາປັ່ນໃຫ້ລະອຽດຈົນກາຍເປັນນໍ້າ ຈາກນັ້ນໃຊ້ສໍາລີຈຸ່ມນໍ້າໝາກເລັ່ນ ມາພອກໜ້າໄວ້ ປະມານ 10-15 ນາທີ ຫຼືອີກວິທີໜຶ່ງ ອາດຈະປັ່ນບໍ່ແຫຼກຫຼາຍປານໃດ ໃຫ້ມີຕ່ອນເລັກໜ້ອຍ. ຫຼັງຈາກນັ້ນ, ເອົາມາຂັດຖູໜ້າເບົາໆ ຈະຊ່ວຍກໍາຈັດສິວສ້ຽນເທິງໃບໜ້າໄດ້.
5. ນົມສົດ: ເອົານົມສົດໄປແຊ່ເຢັນ ຈາກນັ້ນ, ໃຫ້ໃຊ້ແຜ່ນສໍາລີຈຸ່ມນົມໃຫ້ຊຸ່ມ ແລ້ວມາພອກໄວ້ໜ້າ ປະມານ 10 ນາທີ. ຫຼັງຈາກນັ້ນ,ລ້າງອອກດ້ວຍນໍ້າສະອາດຕາມປົກກະຕິ ເພື່ອເພີ່ມຄວາມຊຸ່ມຊື່ນ ແລະຄວາມສົດຊື່ນໃຫ້ກັບຜິວໜ້າ. ນອກຈາກນີ້, ນົມເຢັນໆ ຍັງຊ່ວຍຫຼຸດການອັກເສບຂອງຜິວທີ່ຖືກແສງແດດເຜົາໄດ້ອີກ.
6. ໄຂ່ຂາວ: ເລີ່ມຕົ້ນຈາກການລ້າງໜ້າດ້ວຍນໍ້າອຸ່ນ ເພື່ອໃຫ້ຮູຂຸມຂົນເປີດ ຈາກນັ້ນ, ໃຊ້ແພເຊັດໜ້າໃຫ້ແຫ້ງ ແລ້ວນໍາເອົາໄຂ່ຂາວພອກໃຫ້ທົ່ວໃບໜ້າ ຍົກເວັ້ນຄິ້ວ, ຕາ ແລະປາກ ປະໄວ້ປະມານ 15-20 ນາທີ ຫຼືຈົນໄຂ່ແຫ້ງ. ຫຼັງຈາກນັ້ນ, ໃຫ້ລ້າງອອກຕາມປົກກະຕິ. ໄຂ່ຂາວຈະຊ່ວຍກໍາຈັດສິ່ງເປິເປື້ອນ ແລະສານເຄມີທີ່ຕິດຢູ່ໃບໜ້າໃຫ້ຫຼຸດອອກໄປ ເຮັດໃຫ້ໜ້າຂາວສະອາດ, ຊ່ວຍຫຼຸດສິວສ້ຽນ ແລະສິວອັດຕັນໄດ້ຢ່າງມີປະສິດທິພາບ.
7. ໂຢເກິດສູດທໍາມະຊາດ: ໃຊ້ປະສົມກັບນໍ້າເຜິ້ງຄົນໃຫ້ເຂົ້າກັນ ພອກເທິງໃບໜ້າ ແລະລໍາຄໍໄວ້ ປະມານ 15-20 ນາທີ ຫຼືຈົນແຫ້ງ. ຫຼັງຈາກນັ້ນ, ໃຫ້ລ້າງອອກດ້ວຍນໍ້າສະອາດ ແລະຕາມດ້ວຍໂຟມທີ່ໃຊ້ລ້າງໜ້າຕາມປົກກະຕິ. ຜິວໜ້າຂອງເຮົາຈະຄ່ອຍຊຸ່ມຊື່ນ ແລະຂາວໃສຂຶ້ນຢ່າງເປັນທໍາມະຊາດ.




ທີ່ມາ:
  • ແທັກທີ່ກ່ຽວຂ້ອງ