- ຄິດແຕ່ເລື່ອງຂອງໂຕເອງ, ມັກເວົ້າເລື່ອງຂອງໂຕເອງໃນແງ່ບວກຕະຫຼອດເວລາ.
- ຮຽກຮ້ອງຄວາມສົນໃຈ ແລະຢາກເປັນຄົນສຳຄັນຂອງຄົນອື່ນຕະຫຼອດເວລາ.
- ມີຄວາມໄຝ່ຝັນເຖິງສິ່ງທີ່ເກີນຈິງ, ຄິດວ່າຕົນເອງເກັ່ງທຸກເລື່ອງ ແລະຕ້ອງໄດ້ຮັບແຕ່ສິ່ງດີໆ.
- ອາລົມປ່ຽນແປງເລື້ອຍໆ ແລະມັກບໍ່ພໍໃຈສິ່ງຕ່າງໆແບບບໍ່ມີເຫດຜົນ.
- ບໍ່ສົນໃຈຄວາມຮູ້ສຶກຂອງຄົນອ້ອມຂ້າງ.
- ຕ້ອງການເອົາຊະນະທຸກຢ່າງໂດຍບໍ່ສົນວ່າສິ່ງໃດຜິດ ຫຼືຖືກ, ຄິດວ່າຕົນເອງຢູ່ເໜືອທຸກຄົນ.
- ຄິດວ່າຄົນອື່ນອິດສາລິດສະຫຍາຕົນເອງ ຫຼືມີຄວາມຮູ້ສຶກອິດສາຄົນຕະຫຼອດເວລາ.
- ຕ້ອງການມີອຳນາດ, ຕ້ອງການຄຳຍ້ອງຍໍ ແລະຢາກເປັນທີ່ຮັກຂອງຄົນອື່ນ, ແຕ່ກັບປະພຶດຕົນບໍ່ສົມຄວນໃຫ້ຄົນອື່ນຮັກ.
- ເອົາແຕ່ໃຈຕົນເອງ ຈົນບໍ່ສົນໃຈວ່າສິ່ງທີ່ຕົນເອງເຮັດຢູ່ເປັນການເອົາປຽບຄົນອື່ນ ຫຼືບໍ່?
- ມັກໃຊ້ຄວາມຮຸນແຮງ, ມັກຂີ້ໂມ້ໂອອວດ.
- ຖ້າຫາກມີຄວາມຮັກກໍຈະບໍ່ໝັ້ນຄົງ ເພາະເຂົ້າກັບຄົນອື່ນໄດ້ຍາກ, ບໍ່ມີໃຜຢາກເປັນມິດແທ້.
- ຖ້າຫາກມີຄວາມເສຍໃຈຈະສະແດງອາການອອກເກີນເຫດ.
- ບໍ່ມີຄວາມອົດທົນກັບຄຳຕຳໜິຂອງຄົນອ້ອມຂ້າງ.
- ບໍ່ຍອມຮັບຄວາມຜິດຂອງຕົນເອງ ແລະມັກຈະຖິ້ມຄວາມຜິດໃຫ້ຄົນອື່ນເປັນປະຈຳ.
- ມັກເປັນຜູ້ຮັບ ແຕ່ບໍ່ເຄີຍເປັນຜູ້ໃຫ້.
ຖ້າຫາກທ່ານໃດມີການໃຊ້ຊີວິດ, ພຶດຕິກຳທີ່ກົງກັບຂໍ້ສັງເກດນີ້ເກີນ 5 ຂໍ້ ສະແດງວ່າທ່ານມີແນວໂນ້ມເປັນໂລກຫຼົງໂຕເອງ ແລະຄວນປຶກສາຈິດຕະແພດຢ່າງຮີບດ່ວນ.